15 ຄຳສອນຈາກແມ່…ເຖິງລູກ
- ຢ່າໄປຮ່ວມງານໃດໆ ຖ້າບໍ່ໄດ້ຮັບເຊີນ
- ຢ່າເວົ້າໃນສິ່ງທີ່ບໍ່ຮູ້ຄວາມຈິງແທ້ໆ
- ຢ່າເປິດຕູ້ເຢັນເຮືອນຄົນອື່ນ
- ຢ່າໂທຫາໃຜຕອນເດິກໆ
- ຢ່າໄປພົບໃຜໃນເວລາກິນອາຫານຕອນກາງເວັນ
- ຢ່າໄປເຂົ້າຫ້ອງນອນໃຜ ຖ້າບໍ່ໄດ້ຮັບອະນຸຍາດກ່ອນ
- ກົດໂຖໂສມທຸກຄັ້ງຫຼັງໃຊ້ງານແລ້ວ
- ຈົ່ງເວົ້າແຕ່ສິ່ງທີ່ມັນເປັນຄວາມຈິງເທົ່ານັ້ນ
- ເຈົ້າ ໂດຍ ຂອບໃຈ ເປັນຄຳທີ່ຄວນເວົ້າຕະຫຼອດ
- ເບິ່ງຄົນໃຫ້ເບິ່ງທີ່ໃຈບໍ່ແມ່ນພາຍນອກ ເຂົ້າໃຫ້ເຖິງແກ່ນແທ້ຂອງໃຈຄົນ
- ຈົ່ງມີເມດຕາຕໍ່ເພື່ອນມະນຸດ ແລະ ສິ່ງທີ່ມີຊີວິດທຸກຮູບນາມ
- ຈົ່ງແບ່ງປັນເຖິງວ່າເຮົາຈະມີໜ້ອຍ ໃຫ້ໂດຍບໍ່ຫວັງສິ່ງຕອບແທນກັບຄືນມາ
- ເວົ້າດ້ວຍສະຕິທຸກຄັ້ງ ເພາະຄຳເວົ້າເປັນນາຍເຮົາ
- ຕື່ນມາດ້ວຍຄວາມຮູ້ສຶກຍິນດີ ທີ່ຍັງມີລົມຫາຍໃຈຢູ່
- ສູດມົນ-ເຮັດສະມະທິທຸກມື້ ເພາະເປັນສິ່ງທີ່ເຮັດໃຫ້ຈິດໃຈສະຫງົບ ແລະ ເຢັນລົງ