ໃຜທີ່ຍັງບໍ່ຮູ້ທີໄປທີມາຂອງສົ່ງຄາມ ຣັດເຊຍ – ຢູ່ເຄຣນ ມາອ່ານລາຍລະອຽດທີ່ໄປທີ່ມາກັນເລີຍ.

ລາຍລະອຽດທີ່ໄປທີ່ມາຂອງສົງຄາມຢູເຄຣນ-ລັດເຊຍ

1. ໃນອະດີດນັ້ນຢູເຄຣນເຄີຍເປັນສ່ວນໜຶ່ງຂອງຣັດເຊຍ ແລະ ເວລາກໍຜ່ານໄປຫຼາຍປິີ ຈົນມາຮອດປີ 1917 ຣາຊະວົງໂຣມານອຟ ຫຼື Romanov Dynasty ໄດ້ໝົດອໍານາດລົງ ກຸ່ມຊາດນິຍົມຢູເຄຣນຈຶ່ງໄດ້ແຍກຕົວອອກໄປເພື່ອຢາກເປັນອິດສະຫຼະພາບ

ໂດຍມີຊາດມະຫາອຳນາດໃນຍຸກນັ້ນຄື ເຢຍລະມັນ ເປັນຝ່າຍສະໜັບສະໜູນ.ຕໍ່ມາໃນສົງຄາມໂລກຄັ້ງທີ 1 ເຢຍລະມັນໄດ້ເສຍໄຊໃນສົງຄາມ ປະກອບກັບໃນຕອນນັ້ນມີການກໍ່ຕັ້ງສະຫະພາບໂຊວຽດ ຢູເຄຣນທີ່ບໍ່ມີຄົນສະໜັບສະໜູນແລ້ວຈຶ່ງໄດ້ຖືກສະຫະພາບໂຊວຽດຍຶດຄອງແລະຖືກລວມເຂົ້າເປັນໜຶ່ງໃນເຂດປົກຄອງຂອງໂຊວຽດພ້ອມກັບສະຖາປະນາເປັນ “ສາທາລະນະລັດສັງຄົມນິຍົມໂຊວຽດຢູເຄຣນ”

.2. ຕໍ່ມາໄລຍະຫຼັງສົງຄາມໂລກຄັ້ງທີ 2 ອິດທິພົນຂອງຣັດເຊຍ (ໃນຂະນະນັ້ນມີຊື່ວ່າ ສະຫະພາບໂຊວຽດ) ເລີ່ມມີການຄຸກຄາມໄປຍັງພາກພື້ນຢູໂຣບ. ດັ່ງນັ້ນ ເຮັດໃຫ້ 12 ຊາດຕາເວັນຕົກໄດ້ແກ່ ສະຫະລັດອາເມຣິກາ, ສະຫະຣາຊະອານາຈັກ(ອັງກິດ), ຝຣັ່ງ, ແຄນນາດາ, ເບລຢຽມ, ເດັນໝາກ, ໄອແລນ, ອິຕາລີ, ລັກເຊມເບີກ, ເນເທີແລນ, ນໍເວ ແລະ ໂປຣຕຸເກດ

ຈຶ່ງຮ່ວມກັນກໍ່ຕັ້ງ “NATO (North Atlantic Treaty Organization) ຫຼື ອົງການສົນທິສັນຍາແອັດແລນຕິກເໜືອ ເຊິ່ງເປັນກຸ່ມພັນທະມິດດ້ານການທະຫານ ໃຫ້ປະເທດສະມາຊິກໃຫ້ຄວາມຊ່ວຍເຫຼືອເຊິ່ງກັນແລະກັນ ກໍລະນີທີ່ສະມາຊິກຖືກໂຈມຕີດ້ວຍອາວຸດຍຸດໂທປະກອນ.ສ່ວນທາງຝັ່ງໂຊວຽດກໍໄດ້ກໍ່ຕັ້ງ “ອົງການສົນທິສັນຍາວໍຊໍ (Warsaw Pact)” ຂຶ້ນມາເພື່ອຕອບໂຕ້ NATO ໂດຍເປັນກຸ່ມພັນທະມິດທາງດ້ານການທະຫານໃນກຸ່ມຊາດຄອມູນິດໃນຢູໂຣບຕາເວັນອອກ.

สรุปสถานการณ์สงคราม รัสเซียบุกยูเครน วันที่ 5 'ถล่มคาร์คีฟตายหลายสิบ'

3. ໃນປີ 1991 ສະຫະພາບໂຊວຽດໄດ້ຍຸບລົງ ຢູເຄຣນກໍໄດ້ປະກາດເອກະລາດຈາກສະຫະພາບໂຊວຽດ ດ້ານໂຮງງານຈັດເກັບອາວຸດນິວເຄຼຍຂອງໂຊວຽດທີ່ຕັ້ງຢູ່ເຂດພື້ນທີ່ຂອງຢູເຄຣນ ກໍຕົກເປັນກຳມະສິດຂອງຢູເຄຣນ ແລະ ຫຼາຍປະເທດທີ່ເຄີຍເຂົ້າຮ່ວມສົນທິສັນຍາ Warsaw ກໍຫັນໄປເຂົ້າຮ່ວມ NATO ແທນ,

ສ່ວນຢູເຄຣນໃນຕອນນັ້ນແມ່ນຍັງບໍ່ໄດ້ເຂົ້າຮ່ວມເປັນສະມາຊິກ.ຢ່າງໃດກໍດີ ທິດທາງການເມືອງຂອງຢູເຄຣນໃນຕອນນັ້ນຍັງບໍ່ມີຄວາມຊັດເຈນພໍເທົ່າໃດ ເພາະມີທັງປະຊາຊົນທີ່ສະໜັບສະໜູນຣັດເຊຍ ແລະ ມີຝ່າຍທີ່ເອນອຽງໄປທາງຢູໂຣບ ໂດຍນະໂຍບາຍການເມືອງຂອງຢູເຄຣນຂຶ້ນຢູ່ກັບຜູ້ນຳໃນຂະນະນັ້ນໆ ວ່າຈະສະໜັບໜູນຣັດເຊຍ ຫຼື ຢູໂຣບ.

4. ໃນປີ 1992 ຢູເຄຣນເລີ່ມສ້າງຄວາມສໍາພັນກັບ NATO ຢ່າງເປັນທາງການ ເຖິງແມ່ນວ່າຈະຍັງບໍ່ໄດ້ເຂົ້າຮ່ວມເປັນ ສະມາຊິກກໍຕາມ ໃນຂະນະນັ້ນຣັດເຊຍແມ່ນຍັງຢູ່ໃນໄລຍະ ຟື້ນຕົວຈາກການຫຼົ້ມສະຫຼາຍຂອງສະຫະພາບໂຊວຽດ ຈຶ່ງ ຍັງບໍ່ໄດ້ໃຫ້ຄວາມສົນໃຈກັບຄວາມເຄື່ອນໄຫວຂອງບັນດາ ອະດີດປະເທດໃນສະຫະພາບໂຊວຽດ

5. ໃນປີ 1994 ຢູເຄຣນໄດ້ເຊັນສົນທິສັນຍາໃນຊື່ “ຂໍ້ຕົກລົງ ບູດາເປສ” ຫຼື Budapest Memorandum ຮ່ວມກັບ ຣັດເຊຍ ສະຫະຣາຊະອານາຈັກ ແລະ ສະຫະລັດອາເມຣິກາ ໂດຍຢູເຄຣນໄດ້ຕັດສິນໃຈທຳລາຍສາງອາວຸດນິວເຄຼຍ ທັງໝົດ ເພື່ອແລກກັບການທີ່ປະເທດມະຫາອຳນາດທັງ ສາມຈະຮັບປະກັນຄວາມປອດໄພໃຫ້, ບໍ່ມີການໃຊ້ກຳລັງ ຄຸກຄາມ ຫຼື ໃຊ້ຄວາມຮຸນແຮງກັນຢູເຄຣນ.

ผู้นำยูเครนวอนเศรษฐี-นักการเมือง กลับประเทศ แสดงเอกภาพต้านรัสเซีย

6. ໃນປີ 2005 ວິກເຕີ ຍຸນເຊນໂກ (Viktor Yushchenko) ຂຶ້ນເປັນປະທານາທິບໍດີຂອງຢູເຄຣນໃນ ຂະນະນັ້ນ ໄດ້ມີນະໂຍບາຍທາງການເມືອງທີ່ເອນອຽງໄປ ທາງຢູໂຣບ ແລະ ພາຢູເຄຣນອອກຈາກຣັດເຊຍຫຼາຍຂຶ້ນ ລວມຮອດຊຸກຍູ້ໃຫ້ຢູເຄຣນເຂົ້າຮ່ວມ NATO ໃນປີ 2008 ແລະ NATO ກໍສັນຍາວ່າຈະຮັບຢູເຄຣນເຂົ້າເປັນ ອີກໜຶ່ງສະມາຊິກ.

ດ້ວຍເຫດນີ້ ເຮັດໃຫ້ຣັດເຊຍມີຈຸດຢືນບໍ່ສະໜັບສະໜູນ ການເຂົ້າຮ່ວມ NATO ຂອງຢູເຄຣນມາໂດຍຕະຫຼອດ ໂດຍເບິ່ງວ່າເປັນໄພຄຸກຄາມເພາະເປີດທາງໃຫ້ NATO ລວມເຖິງຊາດຢູໂຣບອື່ນໆ ເຂົ້າມາໃກ້ຊິດຊາຍແດນ ຣັດເຊຍ.

7. ໃນປີ 2013 ສະຫະພາບຢູໂຣບຫຼື EU ໄດ້ສະເໜີເງື່ອນໄຂ ໃຫ້ຢູເຄຣນເຂົ້າເປັນໜຶ່ງໃນສະມາຊິກ ເຊິ່ງຖືເປັນວຸດທິດ ສອບວ່າຢູເຄຣນຈະເຂົ້າຮ່ວມຝັ່ງຕາເວັນຕົກ ຫຼື ຫັນກັບໄປ ເປັນໜຶ່ງກັບຣັດເຊຍອີກຄັ້ງ ເຊິ່ງຖ້າຫາກຢູເຄຣນຕອບ ຕົກລົງ ປະຊາຊົນຂອງຢູເຄຣນກໍສາມາດໄປເຮັດວຽກທົ່ວ ຢູໂຣບໄດ້ຢ່າງອິດສະຫຼະ, ສິນຄ້າກໍສາມາດວາງຂາຍໃນປະ ເທດອື່ນໆ ຂອງສະຫະພາບຢູໂຣບໄດ້ໂດຍບໍ່ຄິດໄລ່ພາສີ ເຮັດໃຫ້ເສດຖະກິດເຕີບໃຫຍ່ຢ່າງໄວວາ.

ແຕ່ໃນຂະນະນັ້ນ ຢູເຄຣນແມ່ນຢູ່ພາຍໃຕ້ການປົກຄອງຂອງ “ປະທານາທິບໍດີ ວິກເຕີ ຢານູໂຄວິຊ (Viktor Yanukovych)” ທີ່ມີຂ່າວລືວ່າລາວໄດ້ຮັບການ ສະໜັບສະໜູນຈາກຣັດເຊຍ. ຕໍ່ມາ ປະທານາທິບໍດີ ວິກເຕີ ຢານູໂຄວິຊໄດ້ຕັດສິນໃຈລົ້ມຂໍ້ສະເໜີຂອງ EU ແລ້ວໄປ ຟື້ນຄວາມສໍາພັນກັບຣັດເຊຍໂດຍການລົງນາມ ພ້ອມກັບ ຮັບເງິນສະໜັບສະໜູນຈຳນວນ 15,000 ລ້ານໂດລາ ຈາກ ຣັດເຊຍ.

สหรัฐฯ สั่งให้ครอบครัวนักการทูตเดินทางออกจากยูเครนแล้ว หวั่นรัสเซีย ใช้กำลังทหารบุก

8. ຈາກການຕັດສິນໃຈຂອງ ປະທານາທິບໍດີ ຢານູໂຄວິຊ ເຮັດ ໃຫ້ປະຊາຊົນຣັດເຊຍຮູ້ສຶກບໍ່ພໍໃຈເປັນທີ່ສຸດ ແລະ ເບິ່ງ ຄ້າຍຄືກັບເປັນການຂາຍປະເທດ. ດ້ວຍເຫດນີ້ຈຶ່ງນໍາໄປສູ່ ການປະທ້ວງທົ່ວປະເທດ ທີ່ມີຊື່ວ່າ “ການປະຕິວັດ Euromaidan” ໂດຍຮຽກຮ້ອງໃຫ້ປະທານາທິບໍດີ ຢານູ ໂຄວິຊ ລາອອກ ເຊິ່ງການຕໍ່ສູ້ໃນຄັ້ງນັ້ນເປັນໄປຢ່າງດຸເດືອດ ຈົນທາງລັດຖະບານຕ້ອງໃຊ້ກຳລັງໃນການສະຫຼາຍການ ຊຸມນຸມ.

ເຫດການດັ່ງກ່າວເຮັດໃຫ້ລັດຖະສະພາຢູເຄຣນລົງມະຕິມີ ແຜນຖອດຖອນປະທານາທິບໍດີ ຢານູໂຄວິຊ ອອກຈາກ ຕຳແໜ່ງໃນວັນທີ 22 ກຸມພາ 2014 ແລະ ຕັ້ງລັດຖະບານ ຮັກສາການຊົ່ວຄາວ ພ້ອມກັບຕັ້ງຂໍ້ຫາ ຍານູໂຄວິຊໃນຂໍ້ຫາ ສັງຫານຜູ້ປະທ້ວງແລະອອກໝາຍຈັບ ແຕ່ກ່ອນຈະຖືກ ຖອດອອກຈາກຕຳແໜ່ງ ຢານູໂຄວິຊ ກໍໄດ້ຕັດສິນໃຈ ຫຼົບໜີໄປທີ່ຣັດເຊຍ.

9. ທາງດ້ານຣັດເຊຍ ເມື່ອເຫັນສະຖານະການທີ່ເກີດຂຶ້ນໃນຢູ ເຄຣນ ກໍໄດ້ອອກມາປະນາມ ການທີ່ລັດຖະບານຢູເຄຣນ ຖອດ ຢານູໂຄວິຊ ອອກຈາກຕໍາແໜ່ງ ຊື່ວ່າເປັນການເຮັດ ລັດຖະປະຫານທີ່ຜິດກົດໝາຍ ພ້ອມກັບໄດ້ສົ່ງກອງກຳລັງ ທະຫານມາທີ່ບໍລິເວນເຂດ ແຫຼມໄຄຣເມຍ (Crimea) ທັນທີ.

ໂດຍໄຄຣເມຍນັ້ນເປັນເຂດແຫຼມ (Peninsula) ທີ່ຢູ່ໃນ ເຂດທະເລດໍາ (Black Sea) ມີຊາຍແດນຕິດກັບຢູ ເຄຣນແລະມີປະຊາຊົນສ່ວນໃຫຍ່ເປັນຊາວຣັດເຊຍ ເພາະ ໃນປະວັດສາດໄຄຣເມຍເຄີຍເປັນດິນແດນຂອງຣັດເຊຍ ມາກ່ອນ. ແຕ່ໃນປີ 1954 ຜູ່ນຳຂອງສະຫະພາບໂຊວຽດ ຕັດສິນໃຈມອບໄຄຣເມຍໃຫ້ຢູເຄຣນ ເພື່ອເຊື່ອມຄວາມ ສຳພັນລະຫວ່າງຢູເຄຣນແລະຣັດເຊຍ.

10. ໃນເດືອນ ມີນາ 2014 ຈາກແຮງກົດດັນຂອງກອງທັບ ທະຫານຣັດເຊຍທີ່ເຂົ້າມາແລະຄວບຄຸມເຂດແຫຼມໄຄຣ ເມຍ ທາງລັດຖະສະພາໄຄຣເມຍຈຶ່ງມີມະຕິໃຫ້ແຍກຕົວ ອອກຈາກຢູເຄຣນແລະເຂົ້າຮ່ວມກັບຣັດເຊຍ ເຮັດໃຫ້ ຣັດເຊຍເພີ່ມໄຄຣເມຍເຂົ້າມາເປັນສ່ວນໜຶ່ງຂອງປະເທດ ໄດ້ສຳເລັດ.

11. ລັດຖະບານຢູເຄຣນບໍ່ຍອມຮັບການທີ່ໄຄຣເມຍເຂົ້າເປັນ ສ່ວນໜຶ່ງຂອງຣັດເຊຍ ໂດຍປະກາດວ່າໄຄຣເມຍເປັນດິນ ແດນຂອງຢູເຄຣນທີ່ຖືກຣັດເຊຍຍຶດໄວ້ຊົ່ວຄາວ ເຊັ່ນ ດຽວກັບສະຫະປະຊາຊາດ ເຊິ່ງມີມະຕິບໍ່ຍອມຮັບແລະ ປະນາມການເພີ່ມໄຄຣເມຍເຂົ້າກັບຣັດເຊຍວ່າເປັນການ ກະທຳທີ່ຜິດກົດໝາຍ.

12. ນອກຈາກໄຄຣເມຍແລ້ວຢູເຄຣນຍັງຕ້ອງປະເຊີນການສູ່ ຮົບກັບກຸ່ມແບ່ງແຍກດິນແດນທີ່ສະໜັບສະໜູນຣັດເຊຍ ໃນພາກພື້ນດອນມາສ (Donbas) ທາງພາກຕາເວັນ ອອກຂອງປະເທດ ໂດຍຣັດເຊຍສົ່ງກຳລັງພົນບຸກເຂດ ດອນມາສຢ່າງໜັກ.

13. ຕໍ່ມາໃນເດືອນ ກັນຍາ 2014 ຕົວແທນຈາກຣັດເຊຍ, ຢູ ເຄຣນ, ຝຣັ່ງ ແລະ ເຢຍລະມັນ ຮ່ວມປະຊຸມກັນທີ່ປະເທດ ເບລາຣຸສ ເພື່ອເຈລະຈາຍຸຕິຄວາມຮຸນແຮງໃນພາກຕາເວັນ ອອກຂອງຢູເຄຣນ ນຳໄປສູ່ “ຂໍ້ຕົກລົງມິນສ໌ສະບັບທີ 1 (Minsk I Agreement) ເຊິ່ງເປັນຂໍ້ຕົກລົງລະຫວ່າງຢູ ເຄຣນ-ຣັສເຊຍໃນການຍຸຕິຄວາມຮຸນແຮງ ໂດຍຕົກລົງຢຸດ ການຍິງອາວຸດ ແຕ່ຣັດເຊຍກໍຍັງມີການລະເມີດຂໍ້ນີ້ຫຼາຍ ຄັ້ງ.

ສຸດທ້າຍຝຣັ່ງແລະເຢຍລະມັນຕ້ອງເຂົ້າມາເປັນຝ່າຍທີ່ຢູ່ ທາງກາງ ເຮັດໃຫ້ມີການລົງນາມຂໍ້ຕົກລົງຍິນສ໌ສະບັບທີ 2 (Minsk ll Agreement) ເຖິງວ່າສົງຄາມໃຫຍ່ວະຍຸຕິລົງ ແຕ່ກໍຍັງມີການສູ້ຮົບຂະໜາດນ້ອຍຕໍ່ເນື່ອງຢູ່ດີ. ໂດຍ ຕັ້ງແຕ່ປີ 2014 ຈົນຮອດປັດຈຸບັນ ເຫດປະທະຊາຍແດນ ຣັດເຊຍ-ຢູເຄຣນ ເຮັດໃຫ້ມີພົນລະເຮືອນເສຍຊີວິດຫຼາຍ ກວ່າ 10,000 ຄົນ, ບາດເວັບຫຼາຍໝື່ນຄົນ ແລະ ມີຜູ້ຫຼົງ ຖິ່ນຫຼາຍກວ່າ 1 ລ້ານຄົນ.

14. ໃນປີ 2019 ເກີດມີຈຸດປ່ຽນແປງສຳຄັນ, ເມືອ (ວໂລດິ ເມຍ ເຊເລນສະກີ (Volodymyr Zelensky) ໄດ້ຖືກ ເລືອກເປັນປະທານາທິບໍດີຄົນໃໝ່ຂອງຢູເຄຣນ ເຊິ່ງເຊ ເລນສະກີນັ້ນ ສະແດງຈຸດຢືນຢ່າງຊັດເຈນວ່າ “ຕໍ່ຕ້ານການ ຄຸກຄາມຂອງຣັດເຊຍໃນພາກຕາເວັນອອກຂອງປະເທດ ລວມໄປຮອດມີແຜນຈະມາຢູເຄຣນເປັນສະມາຊິກໃໝ່ 29] NATO”.

15. ໂດຍທາງ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ໄດ້ອອກມາກ່າວວ່າ ຕະຫຼອດເວລາທີ່ຜ່ານມາ ຣັດເຊຍ ພະຍາຍາມເຈລະຈາໃຫ້ໂລກຕາເວັນຕົກເຂົ້າໃຈມາຕະຫຼອດ ວ່າສິ່ງທີ່ຣັດເຊຍຕ້ອງການຄື NATO ປະຕິເສດບໍ່ຮັບຢູ ເຄຣນຢ່າງເດັດຂາດ, NATO ຖອດກອງທັບອອກຈາກໂປ ແລນ, ໂຣມາເນຍ ແລະ ຝລກາເຣຍ ແລະ ຢູເຄຣນຕ້ອງ ຍອມຮັບວ່າອານາເຂດ ດອນບາສ ແລະ ໄຄຣເມຍເປັນ ຂອງຣັດເຊຍແລ້ວ.

ນອກນັ້ນຢູເຄຣນຍັງເປັນດິນແດນທີ່ເປັນຍຸດທະສາດ ສຳຄັນຂອງຣັດເຊຍ, ໂດຍທັງ 2 ປະເທດມີຊາຍແດນ ຕິດກັນໄລ່ຕາມລວງຍາວແມ່ນຫຼາຍກວ່າ 2,000 ກິໂລແມັດ. ທັງນີ້ຢູເຄຣນຍັງເປັນພື້ນທີ່ການວາງແນວທໍ່ ກີາສຈາກຣັດເຊຍສົ່ງຕໍ່ໂດຍກົງໄປຮອດສະຫະພາບຢູໂຣບ ເຊິ່ງເປັນໜຶ່ງໃນລາຍໄດ້ຫຼັກຂອງປະເທດ ແລະ ສອງ ປະເທດນີ້ຍັງມີປະຫວັດສາດຮ່ວມກັນຢ່າງໃກ້ຊິດ. ຫາກວ່າ ຢູເຄຣນໄປເຂົ້າຮ່ວມກັບຝັ່ງອາເມຣິກາ ຫຼື NATO ຖ້າເບິ່ງ ໃນມຸມເສດຖະກິດແລະຄວາມໝັ້ນຄົງ ຖືວ່າຣັດເຊຍແມ່ນ ເສຍປຽບຫຼວງຫຼາຍ.

16. ຕໍ່ມາທ່າທີຂອງ NATO ທີ່ເອີ້ນໄດ້ວ່າກືນບໍ່ໄດ້ຄາຍບໍ່ອອກ ເພາະການບໍ່ຮອງຮັບຈາກ NATO ວ່າຈະບໍ່ຮັບເອົາຢູເຄຣນ ເປັນຊະມາຊິກນັ້ນ ນຳມາສູ່ເຫດການສໍາຄັນຄື ຣັດເຊຍໄດ້ ສົ່ງທະຫານປະມານ 130,000 ຄົນໄປປະຈຳການທີ່ຊາຍ ແດນຢູເຄຣນ ຍັງບໍ່ນັບທະຫານອີກ 30,000 ຄົນທີ່ໄປ ຝຶກຊ້ອມຢູ່ເມລາຣຸສ ທີ່ຈະສາມາດບຸກເຂົ້າໄປຢູເຄຣນໄດ້ ທຸກເວລາ.

ດ້ວຍເຫດນັ້ນເຫດໃຫ້ຫຼາຍຝ່າຍກັງວົນວ່າຈະເກີດສົງຄາມ ຂຶ້ນມາແທ້ໆ ເຮັດໃຫ້ຊາດຕາເວັນຕົກສ່ວນຫຼາຍບໍ່ພໍໃຈ ການກະທໍາຂອງຣັດເຊຍ ເພາະບັນດາປະເທດເບິ່ງວ່າ ຢູ ເຄຣນເປັນປະເທດອິດສະຫຼະ ມີຄວາມຄິດເປັນຂອງ ຕົນເອງ ຖ້າຢາກຈະເຂົ້າຮ່ວມກັນ NATO ຫຼື ບໍ່ກໍເປັນສິດ ຂອງຊາດນັ້ນ ຣັດເຊຍບໍ່ມີສິດມາແຊກແຊງ.

17. ເລື່ອງລາວເລີ່ມບານຝາຍ ທາງດ້ານປະທານາທິບໍດີ ປູຕິນ ອອກຂໍ້ຮຽກຮ້ອງໃຫ້ NATO ມີຄຳສັ່ງບໍ່ອະນຸຍາດໃຫ້ຢູ ເຄຣນເປັນສະມາຊິກໂດຍຖາວອນ ແລະ ຕ້ອງຖອນກຳລັງ ທີ່ປະຈຳການຢູ່ໃນບັນດາປະເທດທີ່ເຂົ້າຮ່ວມ NATO ຫຼັງປີ 1997 ທັງໝົດ.

18. ໃນວັນທີ 21 ກຸມພາ 2022 ສະຖານະການເລີ່ມທະວີ ຄວາມຮຸນແຮງຂຶ້ນເລື້ອຍໆເມື່ອທາງປະທານາທິບໍດີ ປູຕິນ ໄດ້ລົງນາມໃນຂໍ້ນຍັດຮອງຮັບສະຖານະຂອງ ໂດເນດສ໌ (Donetsk) ແລະ ລູຮນສ໌ (Luhansk) ທີ່ປະກາດແຍກ ຕົວເປັນເອກະລາດ ແລະ ກຽມຍົກສອງດິນແດນນີ້ເປັນ ປະເທດ ພ້ອມທັງສັ່ງໃຫ້ກອງທັບຣັດເຊຍບຸກເຂົ້າໄປໃນ ເຂດ ໂດເນດສ໌ ແລະ ລູຮນສ໌ ໂດຍໃຫ້ເຫດຜົນວ່າເມື່ອເຂົ້າ ໄປປ້ອງກັນສັນຕິພາບຈາກການຮຸກຮານຂອງຢູເຄຣນ.

อเมริกาเคาะฤกษ์หารือรัสเซียวันที่ 10 เดือนหน้า ถกกรณียูเครน-การเคลื่อนไหวทางทหารในยุโรป

19. ທາງດ້ານຢູເຄຣນຮູ້ສຶກບໍ່ພໍໃຈຢ່າງແຮງ ເພາະ ໂດເນດສ໌ ແລະ ລູຮນສ໌ ຖືວ່າເປັນສ່ວນໜຶ່ງຂອງຢູເຄຣນ ການທີ່ ຣັດເຊຍເຮັດແບບນີ້ ກໍປຽບເໝືອນການຮຸກຮານດິນແດນ ຂອງຕົນ ຈາກຈຸດນີ້ເຮັດໃຫ້ສະຖານະການຂອງຣັດເຊຍ ແລະຢູເຄຣນເພີ່ມຄວາມເຄັ່ງຕຶງເຂົ້າໄປອີກ ແລະ ທົ່ວໂລກກໍ ໄດ້ຈັບຕາວ່າສະຖານະການລະຫວ່າງສອງປະເທດຈະດຳເນີນ ໄປໃນທິດທາງໃດ.

20. ຕໍ່ມາໃນວັນທີ 24 ກຸມພາ 2022 ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ໄດ້ອອກຄຳສັ່ງໃຫ້ເລີ່ມ ປະຕິບັດການທາງທະຫານໃນພາກພື້ນດອນບາສ ພ້ອມໃຫ້ ຮຽກຮ້ອງໃຫ້ກອງທັບຢູເຄຣນວາງອາວຸດ ແລະ ຍອມ ຈຳນົນ ແລະ ກັບເມືອເຮືອນ ຫາກບໍ່ຢາກໃຫ້ເກີດການນອງ ເລືອດ.

ໃນເວລາຕໍ່ມາຂອງມື້ດຽວກັນ ກໍໄດ້ເກີດສຽງລະເບີດ ເກີດຂຶ້ນຫຼາຍຄັ້ງໃນຕົວເມືອງໃຫຍ່ຕ່າງໆ ຂອງຢູເຄຣນ ລວມທັງ ຄຽບພ໌ ເມືອງຫຼວງຂອງຢູເຄຣນ ແລະ ຈາກນັ້ນ ກໍມີການໂຈມຕີແບບເຕັມຮູບແບບຈາກທາງບົກ, ທາງ ອາກາດ ເຊິ່ງນັ້ນກໍເປັນທີ່ມາຂອງສົງຄາມຄັ້ງນີ້.ສົງຄາມຢູເຄຣນ-ຣັດເຊຍ ຈະເປັນເປັນໄປໃນທິດທາງໃດ ເຮົາກໍຕ້ອງມາຈັບຕາແລະເຝົ້າຕິດຕາມກັນອີກຕໍ່ໄປ.

ຂໍຂອບໃຈທີ່ມາຈາກ: Lao X

Leave a Reply

Your email address will not be published.