ລະນຶກເຫດການ”ວັນຄຽດແຄ້ນ”ຂອງປະຊາຊົນລາວ ຢູ່ເມືອງທ່າແຂກໃນວັນທີ 21 ມີນາ ຄົບຮອບ 76 ປີ

ລະນຶກເຫດການ”ວັນຄຽດແຄ້ນ”ຂອງປະຊາຊົນລາວ ຢູ່ເມືອງທ່າແຂກໃນວັນທີ 21 ມີນາ ຄົບຮອບ 76 ປີ

ວັນທີ 21 ມີນາ ແມ່ນວັນສຳຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາພວກເຮົາຈິ່ງພ້ອມກັນລະນຶກວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມຄຽດແຄ້ນຂອງສັດຕູຜູ້ຮຸກຮານ, ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ເພື່ອສະແດງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ນັກຮົບຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ການປະຕິວັດກໍ່ຄືເພື່ອອະນາຄົດອັນສົດໃສຂອງພວກເຮົາ.

ຍ້ອນກັບໄປປີ 1946, ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຍຶດຂອງສັດຕູ ຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊ ເດັ່ນກ່າວໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເຊິ່ງເປັນຈຸດຍຸດທະສາດສຳຄັນຂອງການປະຕິວັດໃນເວລານັ້ນ.

ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກຳລັງທະຫານຂອງ ພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກປະຕິການຂາຍຊາດທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກ ປະຈຳເມືອງທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິທີ່ມີເນື້ອ ໃນສຳຄັນຕອນໜຶ່ງວ່າ: “ຕ້ອງ ເພີ່ມທະວີຄວາມສາມັກຄີລະ ຫວ່າງ 2 ກຳລັງປະກອບອາວຸດ ຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມ ໃຫ້ແກ່ການຕໍ່ສູ້ປ້ອງກັນຕົວເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນ ແປວໄຟເພື່ອສ້າງກຳລັງໃຫ້ ເຕີບໃຫຍ່ຂະຫຍາຍຕົວ”

ປະຕິບັດຕາມມະຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງ ທ່າແຂກໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການ ສູງສຸດໄດ້ຮຽກໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນຕົວເມືອງຢ່າງລະອຽດ. ຄະນະບັນຊາການໄດ້ ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈງ, ຮອງຫົວໜ້າຄະນະບັນຊາການຮັບຜິດຊອບ ເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ ຂອງເມືອງທ່າແຂກ, ກຳລັງທະຫານພວກເຮົາລວມມີ 800 ກວ່າຄົນໄດ້ຈັດຕັ້ງເປັນ 4 ກອງຮ້ອຍ ( ລາວ 2 ກອງຮ້ອຍ ຊາວຫວຽດນາມຕ່າງດ້າວ 2 ກອງຮ້ອຍ ) ປະກອບອາວຸດ ແລະ ມີຫນ້າທີ່ຮ່ວມກັບໜ່ວຍ ປ້ອງກັນຕົວກຽມພ້ອມຕໍ່ສູ້ກັບ ພວກສັດຕູໃນທຸກທິດ.

ເພື່ອເພີ່ມທະວີຄວາມສາມັກຄີໃນການຕໍ່ສູ້, ກອງບັນຊາການໄດ້ປຸກລະດົມທະຫານ ແລະ ປະຊາຊົນລາວທີ່ຮັກ ຊາດ-ຊາວຫວຽດນາມຕ່າງດ້າວກໍ່ສ້າງປ້ອມຫມັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນອ້ອມຕົວເມືອງ. ພ້ອມກັນນັ້ນກໍ່ໄດ້ອອກແຮງປຸກລະດົມປະຊາຊົນດ້ວຍຄຳຂວັນທີ່ວ່າ: “ ທຸກສິ່ງທຸກຢ່າງເພື່ອກູ້ຊາດ ”, ຊຶ່ງໄດ້ເຮັດໃຫ້ປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວໄດ້ປະກອບເງິນ, ຄຳ ຢ່າງຫລວງຫລາຍເພື່ອປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງ ໃຊ້ສອຍຕ່າງໆປະກອບໃຫ້ ກຳລັງປະກອບອາວຸດ, ສ່ວນສະມາຄົມແມ່ຍິງກໍໄດ້ຮັບຜິດຊອບແຕ່ງກິນ ໃຫ້ບັນດາກົມ ກອງໃນເວລາຝຶກແອບ ແລະ ເຮັດຫນ້າທີ່ໃນທຸກດ້ານ.

ໃນວັນທີ 21 ມີນາ 1946 ບັ້ນຮົບປ້ອງກັນຕົວເມືອງທ່າແຂກໄດ້ເປີດສາກຂຶ້ນແຕ່ເວລາ 6 ໂມງເຊົ້າ ແລະ ແກ່ຍາວຈົນ ຮອດ 17 ໂມງແລງ ທະຫານຂອງສັດຕູຈຶ່ງເຄື່ອນເຂົ້າຕົວເມືອງທ່າແຂກ. ພາຍຫລັງກອງກຳລັງຂອງ ພວກລ່າເມືອງຂຶ້ນຝຣັ່ງ ແລະ ລູກແຫລ້ງຕີນມືຂອງພວກເຂົາໄດ້ເຂົ້າຢຶດເອົາເມືອງທ່າ ແຂກໄດ້ແລ້ວ, ພວກເຂົາໄດ້ ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍທິວີທີ່ໂຫດຫ້ຽມ, ເພື່ອເປັນການປາບປາມ ແລະ ກວາດລ້າງໃຫ້ຫມົດຂະບວນຕໍ່ສູ້ກູ້ຊາດຂອງປະຊາຊົນລາວທີ່ພວມເຕີບໃຫຍ່ຂຶ້ນ ໃນເວລານັ້ນ, ພວກເຂົາໄດ້ໃຊ້ປືນຍິງກວາດໃສ່ຝູງຊົນຄົນທົ່ວໄປ ໂດຍບໍ່ເລືອກຫນ້າ ແລ້ວໂຍນລົງນ້ຳຂອງເຮັດໃຫ້ ນ້ຳຂອງຍາມນັ້ນເຕັມໄປດ້ວຍ ເລືອດ ແລະ ຊາກສົບ, ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກນ້ອຍຈຳນວນ 3.000 ຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍ ເປັນຈຳນວນຫຼວງຫລາຍ, ຄອບຄົວຜົວ, ເມຍ, ພໍ່,ແມ່, ລູກຖືກຜັດພາກຈາກກັນ, ລູກ ເປັນກຳພ້າ-ກຳພອຍ. ການກະທຳທີ່ໄຮ້ມະນຸດ ສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວໃນວັນທີ 21 ມີນາ 1946 ໄດ້ຖືກເລົ່າຂານຕໍ່ໆ ກັນມາໂດຍບໍ່ມີວັນຈະຖືກຫລົງລືມນັ້ນ ໄດ້ກາຍເປັນ “ ຄວາມຄຽດແຄ້ນ” ຂອງປະຊາຊົນ ລາວຜູ້ຮັກເຊື້ອແພງຊາດ.

ບັ້ນຮົບປ້ອງກັນຕົວເມືອງ ທ່າແຂກແມ່ນຫນຶ່ງໃນບັ້ນຮົບ ຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ປະເທດເຮົາ, ມັນບໍ່ພຽງແຕ່ເປັນ “ ວັນຄຽດແຄ້ນ ” ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານທໍ່ນັ້ນ, ແຕ່ຫາກຍັງ ເປັນວັນສາມັກຄີຕໍ່ສູ້ທີ່ອາດ ຫານຊານໄຊ, ເດັດຂາດບໍ່ ຍອມຈຳນົນຂອງກອງທັບ ລາວອິດສະຫລະສົມທົບກັບ ກອງກຳລັງທະຫານຫວຽດນາມ ແລະ ປະຊາຊົນເມືອງ ທ່າແຂກ ພາຍໃຕ້ການບັນຊາປີຊາສາມາດ ແລະ ພິລະອາດຫານຂອງຄະນະກອງບັນຊາ ການກຳລັງປະກອບອາວຸດ ພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳໜ້າ. ເຫດການວັນທີ 21 ມີນາ ໄດ້ຝັງ ເລິກໃນຄວາມຊົງຈຳຂອງປະຊາຊົນລາວທີ່ຮັກຊາດ ແລະ ຖືກຈາລຶກໄວ້ຢູ່ໃນປະຫວັດສາດຂອງຊາດລາວເຮົາໄປ ຊົ່ວກາລະນານ.

ບັ້ນຮົບ 21 ມີນາ ປີ 1946 ຢູ່ເມືອງທ່າແຂກເຖິງບໍ່ໄດ້ຮັບໄຊຊະນະກໍ່ຕາມ ແຕ່ມັນກໍ່ສະແດງເຖິງຄວາມສາມັກຄີອັນ ຍ່ິງໃຫຍ່ຂອງປະຊາຊົນລາວ ບັນດາເຜົ່າທີ່ອົງອາດກ້າຫານ ສູ້ຮົບເພື່ອປົກປັກຮັກສາເອກະລາດແຫ່ງຊາດ ທີ່ຫາກໍ່ໄດ້ຮັບ ມາໃຫມ່ໆໃນວັນທີ 12 ຕຸລາ 1945, ສະແດງເຖິງເຈດຕະນາລົມ ແລະ ຄວາມມຸ່ງມາດ ປາຖະຫນາຂອງປວງຊົນລາວ ທັງຊາດທີ່ຢາກມີອິດສະຫຼະພາບ, ມີອະທິປະໄຕ ແລະ ຢາກເປັນເຈົ້າຂອງປະເທດຊາດ, ຫລຸດພົ້ນອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນໃນວັນທີ 21 ມີນາ ເປັນວັນແຫ່ງການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າທີ່ພ້ອມກັນລຸກຂຶ້ນຕໍ່ສູ້ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ພາຍໃຕ້ການ ນຳພາ-ບັນຊາການຂອງປະທານ ສຸພານຸວົງ ເຊ່ິງເປັນຜູ້ທີ່ມີຄວາມເກ່ັງກ້າສາມາດ ແລະ ມີໄຫວພິບໃນການຊີ້ນຳ ແລະ ບັນຊີ້ສູ້ຮົບ. ບັ້ນຮົບທ່າແຂກ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດ່ັນເທ່ົານັ້ນ ແຕ່ຍັງເປັນນັກຮົບປະຕິ ວັດທີ່ກ້າແກ່ນ, ເປັນຜູ້ບັນຊາການທະຫານທີ່ມີຄວາມຊຳນານໃນການວາງແຜນການ ແລະ ຈັດຕັ້ງສູ້ຮົບ, ທັງເປັນຜູ້ ທີ່ກ້າຫານເສຍສະຫລະເພື່ີອປະເທດຊາດ.

ນ້ຳໃຈວັນທີ 21 ມີນາ ແຫ່ງ ບັ້ນຮົບເມືອງທ່າແຂກໄດ້ຮັບ ການເສີມຂະຫຍາຍຂຶ້ນສູ່ກະແສສູງໃນຊຸມປີຕໍ່ໆມາແຫ່ງ ການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ກາຍເປັນຂະ ບວນການຕໍ່ສູ້ອັນເດັດຂາດມີໄຊ, ໄດ້ສ້າງວິລະກຳອັນລໍ້າເລີດແຫ່ງການຕໍ່ສູ້ປົດປ່ອຍ ປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975. ເມື່ອຫວນຄືນປະຫວັດສາດຂອງວັນຄຽດແຄ້ນ 21 ມີນາ ສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາ ເຜົ່າພວກເຮົາຍ່ິງມີຄວາມຈົດຈຳລ້ຳລຶຶກ ແລະ ມີຄວາມກະຕັນຍູຮູ້ບຸນຄຸນ ຄຸນງາມຄວາມ ດີຂອງນັກຮົບປະຕິວັດຜູ້ເສຍສະຫລະເພື່ີອເອກະລາດຂອງຊາດໃນໄລຍະແຫ່ງການຕໍ່ສູ້ ກູ້ຊາດເວົ້າລວມ ເວົ້າສະເພາະແມ່ນຜູ້ເສຍສະຫຼະໃນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ.

ວັນທີ 30 ກໍລະກົດ 2008, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ 136/ນຍ ວ່າດ້ວຍການກຳນົດເອົາວັນດັ່ງກ່າວມາເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ. ແຕ່ການຈັດຕັ້ງປະຕິບັດໄລຍະນັ້ນ ບໍ່ທັນເຂົ້າສູ່ຊີວິດຕົວຈິງ. ມາເຖິງວັນທີ 4 ມີນາ 2014 ຫ້ອງວ່າການສູນກາງພັກໄດ້ອອກແຈ້ງການເລກທີ 94/ຫສພ ເຖິງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການຈັດຕັ້ງລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ; ຄະນະໂຄສະນາອົບຮົມສູນກາງພັກໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກໃຫ້ເປັນຈິງ. ຖືວ່າປີ 2014 ເປັນປີເປີດສາກທີ່ພວກເຮົາລະນຶກວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ເພື່ອສະແດງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ນັກຮົບຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ການປະຕິວັດກໍ່ຄືເພື່ອອະນາຄົດອັນສົດໃສຂອງພວກເຮົາ.

 

Leave a Reply

Your email address will not be published.